ພິທີເຊັນສັນຍາ PSA ກັບ ກຟຜ (EGAT) ສຳລັບ ການບໍລິການວຽກ O&M ໂຄງການເຂື່ອນໄຟຟ້ານໍ້າລີກ 1 (ໄລຍະທີ 2)

(ທາງຊ້າຍ) ທ່ານ ບຸນມີ ສຸວັນນະສຸກ ຮອງຜູ້ອຳນວຍການໃຫຍ່ ສາຍງານເຕັກນິກ, ທ່ານ ໄຊ ໄຊເສດຖາ ຜູ້ອຳນວຍການໃຫຍ່ (CEO) ບໍລິສັດ EDL-Gen O&M. ທ່ານ Suchin Sayasonthi ຜູ້ຊ່ວຍຜູ້ວ່າການ, ໂຄງການທຸລະກິດ, ກຟຜ ແລະ ທ່ານ ນາງ Tipawan Paisalsukwittaya ຜູ້ອຳນວຍການຝ່າຍ Procurement and Inventory Management, ກຟຜ ໃນພິທີເຊັນສັນຍາ PSA.

ວັນທີ 14 ກັນຍາ 2022, ບໍລິສັດ ບໍລິການ ຄຸ້ມຄອງການຜະລິດ ແລະ ບຳລຸງຮັກສາ ອີດີແອວເຈັນ ຈຳກັດ ຜູ້ດຽວ (EDL-GEN O & M) ແລະ ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (ກຟຜ) ໄດ້ເຊັນສັນຍາຮ່ວມກັນ ກ່ຽວກັບ ການບໍລິການສະໜອງວິຊາການ (PSA) ສຳລັບວຽກງານ ການເດີນເຄື່ອງ ແລະ ສ້ອມບຳລຸງ ເຂື່ອນໄຟຟ້ານໍ້າລີກ 1 - 65MW (ໄລຍະທີ 2) ເພື່ອເປັນການສືບຕໍ່ ພັດທະນາແລະ ການສ້າງໂອກາດທາງ ທຸລະກິດ O&M ແລະ ການພັດທະນາຊັບພະຍາມະນຸດ ຮ່ວມກັນ ພາຍຫລັງ ນັບແຕ່ວັນທີ 24 ກັນຍາ 2019 ທີ່ຜ່ານມາ ໄດ້ຮ່ວມມືກັນ ໃນໄລຍະທີ 1 ດ້ວຍຜົນສຳເລັດອັນດີ.

ໃນພິທີດັ່ງກ່າວ, ທ່ານ Suchin Sayasonthi ທ່ານ Suchin Sayasonthi ຜູ້ຊ່ວຍຜູ້ວ່າການ, ໂຄງການທຸລະກິດ, ກຟຜ ແລະ ທ່ານ ໄຊ ໄຊເສດຖາ ຜູ້ອຳນວຍການໃຫຍ່ ບໍລິສັດ  EDL-GEN O&M  ໄດ້ໃຫ້ກຽດເຂົ້າຮ່ວມ ໃນພິທີເຊັນສັນຍາດັ່ງກ່າວ ທີ່ ຕຶກ ອາຄາ ສຳນັກງານໃຫຍ່ ລັດວິສາຫະກິດໄຟຟ້າລາວ, ນະຄອນຫລວງ ວຽງຈັນ.  

ສັນຍາດັ່ງກ່າວນີ້, ຈະເປັນການສືບຕໍ່ ໃນການສ້າງຄວາມຮ່ວມມືກັນ ທາງດ້ານວຽກທຸລະກິດການບໍລິການ O&M ໃຫ້ມີກ້າວໜ້າ, ວິຊາການຈະມີ ທັກສະ ແລະ ຄວາມຊຳນານງານ ທັງຈະເປັນການແລກປ່ຽນ ຄວາມຮູ້-ຄວາມສາມາດ ແລະ ປະສົບການ ໃນ ເຂື່ອນໄຟຟ້າພະລັງງານນໍ້າ ໃນ ສປປ ລາວ ແລະ ສ້າງໃຫ້ ທິມງານ O&M ກາຍເປັນລະດັບຊ່ຽວຊານ ໃນລະດັບພາກພື້ນ ແລະ ສາກົນ.

ຮູບພາບ ແຂກ VIP ໃນພິທີເຊັນສັນຍາ PSA ການບໍລິການ O&M ເຂື່ອນໄຟຟ້ານໍ້າລີກ 1