ພິທີເຊັນສັນຍາ PSA ກັບ ກຟຜ (EGAT) ສຳລັບ ການບໍລິການວຽກ O&M ໂຄງການເຂື່ອນໄຟຟ້ານໍ້າລີກ 1 (ໄລຍະທີ 1)

(ທາງຊ້າຍ) ທ່ານ ເພັດສະໝອນ ຫຼວງອາໄພ, ທ່ານ ບົວວັນ ຈັນສະຫວັດ, ທ່ານນາງ Tawiwan Danwilai ແລະ ທ່ານ  Wicharn Rattanamongkolsuk ໃນພິທີເຊັນສັນຍາ PSA.

ໃນວັນທີ 24 ກັນຍາ 2019, ບໍລິສັດ ບໍລິການ ຄຸ້ມຄອງການຜະລິດ ແລະ ບຳລຸງຮັກສາ ອີດີແອວເຈັນ ຈຳກັດ ຜູ້ດຽວ (EDL-GEN O & M) ແລະ ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (ກຟຜ) ໄດ້ເຊັນສັນຍາຮ່ວມກັນ ກ່ຽວກັບ ການບໍລິການສະໜອງວິຊາການ (PSA) ສຳລັບວຽກງານ ການເດີນເຄື່ອງ ແລະ ສ້ອມບຳລຸງ ເຂື່ອນໄຟຟ້ານໍ້າລີກ 1 (ກຳລັງຕິດຕັ້ງ 65MW) ເພື່ອເປັນການພັດທະນາແລະ ການສ້າງໂອກາດທາງ ທຸລະກິດ O&M ແລະ ການພັດທະນາຊັບພະຍາມະນຸດ ຮ່ວມກັນ.

ໃນພິທີດັ່ງກ່າວ, ທ່ານ ນາງ Tawiwan  Danwilai, ຜູ້ຊ່ວຍຜູ້ອຳນວນການ, ຝ່າຍ Procurement and Inventory Management – 2, ໃນນາມຕາງໜ້າ ຜູ້ຊ່ວຍຜູ້ວ່າການ ກຟຜ ແລະ ທ່ານ ບົວວັນ ຈັນສະຫວັດ ຜູ້ອຳນວຍການໃຫຍ່ ບໍລິສັດ EDL-Gen O&M  ໄດ້ໃຫ້ກຽດເຂົ້າຮ່ວມ ໃນພິທີເຊັນສັນຍາດັ່ງກ່າວ ທີ່ ຕຶກອາຄານ ສຳນັກງານໃຫຍ່ ລັດວິສາຫະກິດໄຟຟ້າລາວ, ນະຄອນຫລວງ ວຽງຈັນ.  

ສັນຍາດັ່ງກ່າວນີ້, ຈະເປັນການສ້າງຄວາມຮ່ວມມືກັນ ທາງດ້ານວຽກທຸລະກິດການບໍລິການ O&M ໃຫ້ມີກ້າວໜ້າ, ວິຊາການຈະມີ ທັກສະ ແລະ ຄວາມຊຳນານງານ ທັງຈະເປັນການແລກປ່ຽນ ຄວາມຮູ້-ຄວາມສາມາດ ແລະ ປະສົບການ ໃນ ເຂື່ອນໄຟຟ້າພະລັງງານນໍ້າ ໃນ ສປປ ລາວ ແລະ ສ້າງໃຫ້ ທິມງານ O&M ກາຍເປັນລະດັບຊ່ຽວຊານ ໃນລະດັບພາກພື້ນ ແລະ ສາກົນ.

ຮູບພາບ ແຂກ VIP ໃນພິທີເຊັນສັນຍາ PSA ການບໍລິການ O&M ເຂື່ອນໄຟຟ້ານໍ້າລີກ 1