ພິທີສະເຫຼີມສະຫຼອງ ການເຊັນຍາ ຄຸ້ມຄອງຜະລິດ ແລະ ບຳລຸງຮັກສາ (O&M) ຂອງ ເຂື່ອນໄຟຟ້ານໍ້າເທີນ 1 ລະຫວ່າງ ບໍລິສັດ E&E ແລະ ບໍລິສັດ NT1PC

ບໍລິສັດ ອີແອນອີ ເອັນຈີເນັຍຣິ້ງ ແອນເຊີວິດ ຈຳກັດ (E&E) ໄດ້ຈັດພິທີ ສະເຫລີມສະຫລອງ ການເຊັນສັນຍາ ບໍລິການ ຄຸ້ມຄອງການຜະລິດ ແລະ ບຳລຸງຮັກສາ (O&M) ລະຫວ່າງ ບໍລິສັດ E&E ແລະ  ບໍລິສັດນໍ້າເທີນ 1 ພາວເວີ ຈຳກັດ (NT1PC) ຂື້ນ ໃນວັນທີ 02 ພະຈິກ 2022 ທີ່ ໂຮງແຮມ Le Thatluang D’oR Boutique, ນະຄອນຫລວງວຽງຈັນ, ສປປ ລາວ. ໃນພິທີດັ່ງກ່າວ, ຕາງໜ້າ ໂດຍ ທ່ານ ນາງ ສຸກສັນ ພົງພິລາ ປະທານສະພາບໍລິຫານ ບໍລິສັດ E&E ທັງເປັນ ຮອງຜູ້ອຳນວຍການໃຫຍ່ ສາຍງານ ບໍລິຫານ, ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ໄດ້ກ່າວເປີດພິທີ ດັ່ງກ່າວ ຢ່າງເປັນທາງການ. 
ບໍລິສັດ ອີແນອີ ເອັນຈີເນັຍຣິ້ງ ແອນ ເຊີວິດ ຈຳກັດ (E&E) ຖືກສ້າງຕັ້ງຂື້ນ ໃນວັນທີ 15 ພະຈິກ 2018 ໂດຍ ສອງຝ່າຍ ຄື: ບໍລິສັດ ບໍລິການ ຄຸ້ມຄອງການຜະລິດ ແລະ ບຳລຸງຮັກສາ ອີດີແອວເຈັນ ຈຳກັດ ຜູ້ດຽວ (EDL-GEN O & M) ແມ່ນ ບໍລິສັດ ໃນເຄືອ ຂອງ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (EDL-GEN) ຖືຮຸ້ນ 100% ແລະ ບໍລິສັດ EGCO Engineering & Service Co., Ltd (ESCO), ເຊີ່ງແມ່ນ ບໍລິສັດ ນຳໜ້າ ໃນການເປັນ ຜູ້ໃຫ້ ບໍລິການ ການເດີນເຄື່ອງ ແລະ ບຳລຸງຮັກສາ ໂຮງໄຟຟ້າ ໃນ ປະເທດໄທ. ບໍລິສັດ E&E ມີທຶນຈົດທະບຽນທັງໝົດ 8.000.000.000 ກີບ, ເຊີ່ງສັດສ່ວນຖືຮຸ້ນ 60% ແມ່ນ ບໍລິສັດ EDL-Gen O&M ແລະ ສ່ວນທີ່ເຫລືອ 40% ແມ່ນ ESCO. ບໍລິສັດ EDL-Gen O&M ແລະ ບໍລິສັດ ESCO ທັງສອງຝ່າຍ ມີຈຸດປະສົງ ໃນການສ້າງຕັ້ງ ບໍລິສັດ ບໍລິສັດ ອີແນອີ ເອັນຈີເນັຍຣິ້ງ ແອນ ເຊີວິດ ຈຳກັດ (E&E) ແມ່ນ ເພື່ອໃຫ້ ບໍລິການ ການເດີນເຄື່ອງ ແລະ ບຳລຸງຮັກສາ ເຂື່ອນໄຟຟ້ານໍ້າເທີນ 1 ກຳລັງຕິດຕັ້ງ 650 MW  (520MW ສົ່ງອອກຂາຍໃຫ້ EGAT, ປະເທດໄທ ແລະ 130MW ສົ່ງຂາຍໃຫ້ ຟຟລ) ແລະ ມີແຜນຂະຫຍາຍທຸລະກິດ ໃນການໃຫ້ບໍລິການ ແກ່ ເຂື່ອນໄຟຟ້າ ແລະ ໂຮງງານອຸດສາຫະກຳ ຕ່າງໆ ໃນ ສປປ ລາວ. ໂຄງການເຂື່ອນໄຟຟ້ານໍ້າເທີນ 1 ຕັ້ງຢູ່ ບ້ານໂພນຈະເລີນ, ເມືອງປາກກະດິງ, ແຂວງ ບໍລິຄຳໄຊ  ເຊີ່ງແມ່ນ  ບໍລິສັດນໍ້າເທີນ 1 ພາວເວີ ຈຳກັດ (NT1PC) ເປັນເຈົ້າຂອງໂຄງການ. ໂຄງການດັ່ງກ່າວນີ້ ເລີ່ມກໍ່ສ້າງ ທັງໝົດ 07 ປີ  (2016 – 2022), ມີການອອກແບບຜະລິດພະລັງງານໄຟຟ້າໄດ້ 2,480.9 GWh/ປີ.

ປີ 2021, ບໍລິສັດ E&E ໄດ້ເຊັນສັນຍາ Pre-Operation Service Agreement (ຊ່ວງໄລຍະ Pre-COD) ນັບແຕ່ວັນ 01 ສິງຫາ 2021 – 13 ສິງຫາ 2022 (COD). ຫລັງຈາກນັ້ນ, ບໍລິສັດ E&E ໄດ້ສຶບຕໍ່ປະຕິບັດສັນຍາ Operation and Maintenance Service Agreement ສຳລັບ Operation   ອາຍຸສັນຍາການບໍລິການທັງໝົດ 14 ປີ ນັບແຕ່ ວັນທີ 14 ສິງຫາ 2022 – 13 ສິງຫາ 2037. ສຳລັບໜ້າວຽກຫລັກ ແມ່ນການປະຕິບັດສັນຍາ operation ແລະ ການຈັດການສັນຍາຊື້ຂາຍໄຟ (PPA), ການບຳລຸງຮັກສາ ເຂື່ອນໄຟຟ້າ ແລະ ສາຍສົ່ງໄຟຟ້າແຮງສູງ 500kV ຈາກ ສະຖານີເຂື່ອນໄຟຟ້ານໍ້າເທີນ 1 ຫາ ສະຖານີໄຟຟ້ານາບົງ 500 kV. ນອກຈາກນີ້, ບໍລິສັດ E&E ຍັງໃຫ້ ສະໜອງການບໍລິການ ທາງດ້ານວິສະວະກຳ ໃນການສ້າງຂອບເຂດໜ້າວຽກ (TOR) ສຳລັບການວາງແຜນເຮັດການກວດກາຈັກປະຈຳປີ ແລະ ການສ້ອມແປງຂະໜາດໃຫຍ່ (major overhauls) ຂອງ ເຂື່ອນໄຟຟ້ານໍ້າເທີນ 1 ແລະ ເຂື່ອນໄຟຟ້າ IPPs ໃນ ສປປ ລາວ.