ບໍລິສັດ ບໍລິການ ຄຸ້ມຄອງການຜະລິດ ແລະ ບຳລຸງຮັກສາ ອີດີແອວເຈັນ ຈຳກັດ ຜູ້ດຽວ (EDL-GEN O & M) ສ້າງຕັ້ງຂື້ນ ໃນວັນທີ 14 ທັນວາ 2017 ດ້ວຍທືນຈົດທະບຽນ 2,4 ຕື້ກີບ ແມ່ນ ບໍລິສັດ ໃນເຄືອ ຂອງ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (EDL-GEN) ຖືຮຸ້ນ 100%. ບໍລິສັດ EDL-Gen ມີປະສົບການໃນການຄຸ້ມຄອງການຜະລິດ ແລະ ບຳລຸງຮັກສາ ເຂື່ອນໄຟຟ້າພະລັງງານນໍ້າ ໃນ ສປປ ລາວ ຫລາຍກວ່າ 50 ກວ່າປີ.  

*** ວັດຖຸປະສົງຂອງການດຳເນີນທຸລະກິດ ມີ 3 ປະເພດທຸລະກິດ ດັ່ງນີ້:

  1. ຄຸ້ມຄອງການຜະລິດກະແສໄຟຟ້າ, ບຳລຸງຮັກສາ, ສ້ອມແປງ ຂະໜາດນ້ອຍ ແລະ ຂະໜາດໃຫຍ່ ໃຫ້ບັນດາເຂື່ອນໄຟຟ້າ ແລະ ສະຖານີໄຟຟ້າຂອງລັດ ແລະ ເອກະຊົນ.
  2. ເຂົ້າຮ່ວມຖືຮຸ້ນນຳບໍລິສັດລາວ ແລະ ຕ່າງປະເທດເພື່ອ ສ້າງຕັ້ງບໍລິສັດຮ່ວມທຶນ.
  3. ບໍລິການດ້ານບຸກຄະລາກອນ, ຜູ້ຊຳນານງານ, ທີ່ປຶກສາດ້ານ O&M ສຳລັບເຂື່ອນໄຟຟ້າ.