ພິທີເປີດໂຕ ບໍລິສັດ ອີແອນອີ ເອັນຈີເນຍຣິ້ງ ແອນ ເຊີວິດ ຈຳກັດ (E&E Engineering and Service Company Limited)

(ຊ້າຍ) ທ່ານ Jakgrich Pibulpairoj, ທ່ານ Chatchawan Sakornsin, ທ່ານ ດາວວົງ ພອນແກ້ວ ແລະ ທ່ານ ນາງ ລັດຕະນາ ປະທຸມວັນ ໃຫ້ກຽດຕັດ ribbon ເປີດໂຕ ບໍລິສັດ ບໍລິສັດ ອີແອນອີ ເອັນຈີເນັຍຣິ້ງ ແອນເຊີວິດ ຈຳກັດ (E&E) ຢ່າງເປັນທາງການ ທີ່ ນະຄອນຫລວງວຽງຈັນ.

ບໍລິສັດ ບໍລິການ ຄຸ້ມຄອງການຜະລິດ ແລະ ບຳລຸງຮັກສາ ອີດີແອວເຈັນ ຈຳກັດ ຜູ້ດຽວ (EDL-GEN O & M) ແລະ ບໍລິສັດ EGCO Engineering & Service Co., Ltd (ESCO) ທັງສອງຝ່າຍ ມີຈຸດປະສົງ ໃນການສ້າງຕັ້ງ ບໍລິສັດ ບໍລິສັດ ອີແນອີ ເອັນຈີເນັຍຣິ້ງ ແອນ ເຊີວິດ ຈຳກັດ (E&E) ແມ່ນ ເພື່ອໃຫ້ ບໍລິການ ການເດີນເຄື່ອງ ແລະ ບຳລຸງຮັກສາ ເຂື່ອນໄຟຟ້ານໍ້າເທີນ 1 ກຳລັງຕິດຕັ້ງ 650 MW  (520MW ສົ່ງອອກຂາຍໃຫ້ EGAT, ປະເທດໄທ ແລະ 130MW ສົ່ງຂາຍໃຫ້ ຟຟລ) ແລະ ມີແຜນຂະຫຍາຍທຸລະກິດ ໃນການໃຫ້ບໍລິການ ແກ່ ເຂື່ອນໄຟຟ້າ ແລະ ໂຮງງານອຸດສາຫະກຳ ຕ່າງໆ ໃນ ສປປ ລາວ.  

ພິທີເປີດໂຕ ບໍລິສັດ ອີແອນອີ ເອັນຈີເນັຍຣິ້ງ ແອນເຊີວິດ ຈຳກັດ (E&E) ໄດ້ຈັດຂື້ນ ວັນທີ 11 ມັງກອນ 2019 ທີ່ ໂຮງແຮມ ລາວພາຊາ, ນະຄອນຫລວງວຽງຈັນ. ໃນພິທີດັ່ງກ່າວ ໃຫ້ກຽດເຂົ້າຮ່ວມ ໂດຍ ທ່ານ ດາວວົງ ພອນແກ້ວ, ຫົວໜ້າຫ້ອງການ ກະຊວງພະລັງງານ ແລະ ບໍ່ແຮ່. ທ່ານ Chatchawan Sakornsin ຕາງໜ້າ ສະຖານເອກອັກຄະລັດຖະທູດ ໄທ (ປະຈຳລາວ), ທ່ານ ລັດຕະນາ ປະທຸມວັນ ຜູ້ອຳນວຍການໃຫຍ່ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ), ທ່ານ Jakgrich Pibulpairoj ປະທານຜູ້ບໍລິຫານ ບໍລິສັດ EGCO (ໄທ), ນອກຈາກນີ້ ຍັງມີຜູ້ຕາງໜ້າ ຕະຫລອດຮອດ ພະນັກງານ-ວິຊາການ ຈາກ ຜ-ຟຟລ,  ບໍລິສັດ EDL-Gen O&M, ບໍລິສັດ ESCO, ບໍລິສັດ ເອກະສານ ແລະ ພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ ກໍ່ໃຫ້ກຽດເຂົ້າຮ່ວມ.

ທ່ານ ພູມມີ ເນຕິບັນດິດ ຜູ້ອຳນວຍການໃຫຍ່ ບໍລິສັດ EDL-GEN O&M ໄດ້ກ່າວວ່າ: ບໍລິສັດ ອີແນອີ ເອັນຈີເນັຍຣິ້ງ ແອນ ເຊີວິດ ຈຳກັດ (E&E) ຖືກສ້າງຕັ້ງຂື້ນ ໃນວັນທີ 15 ພະຈິກ 2018 ໂດຍ ສອງຝ່າຍ ຄື: ບໍລິສັດ ບໍລິການ ຄຸ້ມຄອງການຜະລິດ ແລະ ບຳລຸງຮັກສາ ອີດີແອວເຈັນ ຈຳກັດ ຜູ້ດຽວ (EDL-GEN O & M) ແມ່ນ ບໍລິສັດ ໃນເຄືອ ຂອງ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (EDL-GEN) ຖືຮຸ້ນ 100% ແລະ ບໍລິສັດ EGCO Engineering & Service Co., Ltd (ESCO), ເຊີ່ງແມ່ນ ບໍລິສັດ ນຳໜ້າ ໃນການເປັນ ຜູ້ໃຫ້ ບໍລິການ ການເດີນເຄື່ອງ ແລະ ບຳລຸງຮັກສາ ໂຮງໄຟຟ້າ ໃນ ປະເທດໄທ. ບໍລິສັດ E&E ມີທຶນຈົດທະບຽນທັງໝົດ 8.000.000.000 ກີບ, ເຊີ່ງສັດສ່ວນຖືຮຸ້ນ 60% ແມ່ນ ບໍລິສັດ EDL-Gen O&M ແລະ ສ່ວນທີ່ເຫລືອ 40% ແມ່ນ ESCO. ບໍລິສັດ EDL-Gen O&M ແລະ ບໍລິສັດ ESCO ທັງສອງຝ່າຍ ມີຈຸດປະສົງ ໃນການສ້າງຕັ້ງ ບໍລິສັດ ບໍລິສັດ ອີແນອີ ເອັນຈີເນັຍຣິ້ງ ແອນ ເຊີວິດ ຈຳກັດ (E&E) ແມ່ນ ເພື່ອໃຫ້ ບໍລິການ ການເດີນເຄື່ອງ ແລະ ບຳລຸງຮັກສາ ເຂື່ອນໄຟຟ້ານໍ້າເທີນ 1 ກຳລັງຕິດຕັ້ງ 650 MW  (520MW ສົ່ງອອກຂາຍໃຫ້ EGAT, ປະເທດໄທ ແລະ 130MW ສົ່ງຂາຍໃຫ້ ຟຟລ) ແລະ ມີແຜນຂະຫຍາຍທຸລະກິດ ໃນການໃຫ້ບໍລິການ ແກ່ ເຂື່ອນໄຟຟ້າ ແລະ ໂຮງງານອຸດສາຫະກຳ ຕ່າງໆ ໃນ ສປປ ລາວ. 

ບໍລິສັດ ບໍລິການ ຄຸ້ມຄອງການຜະລິດ ແລະ ບຳລຸງຮັກສາ ອີດີແອວເຈັນ ຈຳກັດ ຜູ້ດຽວ (EDL-GEN O & M) ສ້າງຕັ້ງຂື້ນ ໃນວັນທີ 14 ທັນວາ 2017 ດ້ວຍທືນຈົດທະບຽນ 2,4 ຕື້ກີບ ແມ່ນ ບໍລິສັດ ໃນເຄືອ ຂອງ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (EDL-GEN) ຖືຮຸ້ນ 100%. ບໍລິສັດ EDL-Gen ມີປະສົບການໃນການຄຸ້ມຄອງການຜະລິດ ແລະ ບຳລຸງຮັກສາ ເຂື່ອນໄຟຟ້າພະລັງງານນໍ້າ ໃນ ສປປ ລາວ ຫລາຍກວ່າ 40 ກວ່າປີ.

ບໍລິສັດ ESCO ແມ່ນບໍລິສັດ ຊັ້ນນຳ ຂອງ ປະເທດໄທ ໃນການໃຫ້ ບໍລິການ ວຽກການເດີນເຄື່ອງ, ສ້ອມບຳລຸງ ແລະ  ອອກແບບວິສະວະກຳ. ບໍລິສັດ ຖືກສ້າງຕັ້ງຂື້ນໃນ ເດືອນ ກັນຍາ 1995 ໂດຍມີທຶນຈົດທະບຽນ 400 ລ້ານບາດ ປະມານ  11.5 ລ້ານໂດລາສະຫະລັດ ແລະ ເປັນບໍລິສັດໃນເຄືອຂອງ Electricity Generation Public Company Ltd. (EGCO).

ບໍລິສັດ ESCO ມີປະສົບການຫລາຍກວ່າ 20 ປີ ໃນການດຳເນີນທຸລະກິດ ເດີນເຄື່ອງ, ສ້ອມບຳລຸງ ໂຮງໄຟຟ້າ, ເປໂຕເຄມີ ແລະ ໂຮງງານອຸດສາຫະກຳ ຕ່າໆ ໃນ ປະເທດໄທ, ປະເທດ ອື່ນໆ ໃນ ກຸ່ມປະເທດ ອາຊຽນ ແລະ ປະເທດອອກກາງ.

ແຂກ VIP ໃຫ້ກຽດຖ່າຍຮູບ ຮ່ວມກັນ ໃນງານ ເປີດໂຕ ບໍລິສັດ ບໍລິສັດ ອີແອນອີ ເອັນຈີເນັຍຣິ້ງ ແອນເຊີວິດ ຈຳກັດ (E&E) ທີ່ ນະຄອນຫລວງວຽງຈັນ.

ແປຈາກໜັງສືພິມ: Vientiane Times Newspaper ວັນທີ 14 ມັງກອນ 2019.