ພິທີເຊັນສັນຍາ O&M ກັບ ບໍລິສັດ ໄຟຟ້າ ນໍ້າລີກ 1 ຈຳກັດ (NL1PC) ສຳລັບ ການບໍລິການວຽກ O&M ເຂື່ອນໄຟຟ້ານໍ້າລີກ 1 (65MW)

(ທາງຊ້າຍ) ທ່ານ ໄຊ ໄຊເສດຖາ ຜູ້ອຳນວຍການໃຫຍ່ (CEO) ບໍລິສັດ EDL-Gen O&M ແລະ ທ່ານ ສີວິໄລ ມະນີສີ ຜູ້ອຳນວຍການ ບໍລິສັດ ໄຟຟ້ານໍ້າລີກ 1 ຈຳກັດ (NL1PC) ລົງນາມ ໃນພິທີເຊັນສັນຍາ O&M.

ວັນທີ 15 ກຸມພາ 2024, ບໍລິສັດ ບໍລິການ ຄຸ້ມຄອງການຜະລິດ ແລະ ບຳລຸງຮັກສາ ອີດີແອວເຈັນ ຈຳກັດ ຜູ້ດຽວ (EDL-GEN O & M) ແລະ ບໍລິສັດ ໄຟຟ້າ ນໍ້າລີກ 1 ຈຳກັດ (NL1PC) ໄດ້ເຊັນສັນຍາ ກ່ຽວກັບ ການບໍລິການເດີນເຄື່ອງ ແລະ ບຳລຸງຮັກສາ ຂອງ ເຂື່ອນໄຟຟ້ານໍ້າລີກ 1 (65 MW).

ໃນພິທີດັ່ງກ່າວ, ທ່ານ ວົງສະກຸນ ຍິ່ງຍົງ  ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ (ຟຟລ) ແລະ ຄະນະຜູ້ອຳນວຍການໃຫຍ່ ບໍລິສັດ ຜະລິດໄຟຟ້າລາວ ມະຫາາຊົນ ກໍ່ໄດ້ໃຫ້ກຽດເຂົ້າຮ່ວມ ໃນພິທີເຊັນສັນຍາດັ່ງກ່າວ ທີ່ ຕຶກ ອາຄານ ສຳນັກງານໃຫຍ່ ລັດວິສາຫະກິດໄຟຟ້າລາວ, ນະຄອນຫລວງ ວຽງຈັນ.  

ສັນຍາ O&M ທີ່ລົງນາມ ສະບັບນີ້ ມີຜົນບັງຄັບໃຊ້ ເລີ່ມແຕ່ວັນທີ 16 ກຸມພາ 2024 ຫາ ວັນທີ 15 ກຸມພາ 2027 (ອາຍຸສັນຍາ 03 ປີ). ເນື່ອງຈາກ ບໍລິສັດ ໄຟຟ້າ ນໍ້າລີກ 1 ຈຳກັດ ພິຈາລະນາ ແລ້ວເຫັນວ່າ  EDL-GEN O&M ເປັນບໍລິສັດທີ່ມີຄວາມ ພ້ອມ ທາງດ້ານວິຊາການ ທີ່ມີຄວາມຮູ້ຄວາມສາມາດ, ມີທັກສະ ແລະ ປະສົບການ ສາມາດເຮັດວຽກການໃຫ້ບໍລິການ O&M ໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ ເຊິ່ງຈະເປັນການສ້າງຜົນປະໂຫຍດອັນດີ ທັ້ງ 2 ບໍລິສັດ, ໂດຍຕັ້ງໜ້າປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມ ຂອງ ສປປ ລາວ ເວົ້າລວມ, ເວົ້າສະເພາະ ແມ່ນ ສອດສ່ອງກັບ ວິໄສທັດ ຂອງ ບໍລິສັດ ຜະລິດໄຟຟ້າລາວ ມະຫາຊົນ ກ່ຽວກັບ ການຜະລິດພະລັງານໄຟຟ້າ ພະລັງງານນໍ້າ ໃຫ້ມີຄວາມໜັ້ນຄົງ ແລະ ຄວາມຍືນຍົງຕະຫລອດໄປ.