ພິທີເຊັນສັນຍາ ການບໍລິການວຽກ O&M ຂອງ ເຂື່ອນໄຟຟ້ານໍ້າຕ່າຍ (ກຳລັງຕິດຕັ້ງ 21 MW)

(ທາງຊ້າຍ) ທ່ານ ໄຊ ໄຊເສດຖາ ຜູ້ອຳນວຍການໃຫຍ່ (CEO) ບໍລິສັດ EDL-Gen O&M ແລະ ທ່ານ ສົມລັດ ເມກອາກາດ ຜູ້ອຳນວຍການ ກຸ່ມບໍລິສັດ ພົງຊັບທະວີ ຈຳກັດຜູ້ດຽວ ຕາງໜ້າ ຜູ້ອຳນວຍການ ບໍລິສັດ ໄຟຟ້ານໍ້າຕ່າຍ ຈຳກັດ ລົງນາມ ໃນພິທີເຊັນສັນຍາ O&M.

ວັນທີ 08 ພຶດສະພາ 2024, ບໍລິສັດ ບໍລິການ ຄຸ້ມຄອງການຜະລິດ ແລະ ບຳລຸງຮັກສາ ອີດີແອວເຈັນ ຈຳກັດ ຜູ້ດຽວ (EDL-GEN O & M) ແລະ ບໍລິສັດ ໄຟຟ້າ ນໍ້າຕ່າຍ ຈຳກັດ ໄດ້ເຊັນສັນຍາ ກ່ຽວກັບ ການບໍລິການເດີນເຄື່ອງ ແລະ ບຳລຸງຮັກສາ ຂອງ ເຂື່ອນໄຟຟ້ານໍ້າຕ່າຍ (21 MW), ໂຄງການດັ່ງກ່າວ ຕັ້ງຢູ່ ເມືອງທ່າໂທມ, ແຂວງໄຊສົມບູນ.

ສັນຍາ O&M ທີ່ລົງນາມ ສະບັບນີ້ ມີຜົນບັງຄັບໃຊ້ ເລີ່ມແຕ່ວັນທີ 01 ມີຖຸນາ 2024 ຫາ ວັນທີ 31 ພຶດສະພາ 2049 (ອາຍຸສັນຍາ 25 ປີ). ເນື່ອງຈາກ ບໍລິສັດ ໄຟຟ້າ ນໍ້າຕ່າຍ ຈຳກັດ ພິຈາລະນາ ແລ້ວເຫັນວ່າບໍລິສັດ  EDL-GEN O&M ເປັນບໍລິສັດທີ່ມີຄວາມພ້ອມ ທາງດ້ານວິຊາການ ທີ່ມີຄວາມຮູ້ຄວາມສາມາດ, ມີທັກສະ ແລະ ປະສົບການ ສາມາດເຮັດວຽກການໃຫ້ບໍລິການ O&M ໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ ເຊິ່ງຈະເປັນການສ້າງຜົນປະໂຫຍດອັນດີ ທັ້ງ 2 ບໍລິສັດ, ໂດຍຕັ້ງໜ້າປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມ ຂອງ ສປປ ລາວ ເວົ້າລວມ, ເວົ້າສະເພາະ ແມ່ນ ສອດສ່ອງກັບ ວິໄສທັດ ຂອງ ບໍລິສັດ ຜະລິດໄຟຟ້າລາວ ມະຫາຊົນ ກ່ຽວກັບ ການຜະລິດພະລັງານໄຟຟ້າ ພະລັງງານນໍ້າ ໃຫ້ມີຄວາມໜັ້ນຄົງ ແລະ ຄວາມຍືນຍົງຕະຫລອດໄປ.